ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກສູນຝຶກລົດຕັງ-ຍານເກາະ 620 ສຳເລັດກອງປະຊຸມໃຫຍ່ຄັ້ງທີ ll


ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ​ເປັນ​ປະທານ

    ວັນທີ 2 ເມສາ 2024 ນີ້, ຄະນະພັກສູນຝຶກລົດຕັງ-ຍານເກາະ 620 ໄດ້ສຳເລັດກອງປະຊຸມໃຫຍ່ຄັ້ງທີ II ໂດຍການເປັນປະທານຂອງ
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກໍາມະການສູນກາງພັັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ, ມີຄະນະໜ່ວຍພັກ, ແຂກຖືກເຊີນ, ພາກສ່ວນທີ່ກ່ຽວຂ້ອງ, ຕະຫຼອດພະນັກນັກງານ, ສະມາຊິກພັກສົມບູນ-ສຳ
ຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ, ສະຫາຍ ພັນໂທ ທອງສີ ສີສະຫວັດ ເລຂາຄະນະພັກ ຫົວຫນ້າການເມືອງ ສູນຝຶກລົດຕັງ-ຍານເກາະ 620, ຂຶ້ນຜ່ານ
ບົດລາຍງານການເມືອງທັງ 2 ພາກໃນໄລຍະ 5 ປີ ຜ່ານມາ, ເຊິ່ງຍົກໄຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ
ຖອນໄດ້ເປັນຕົ້ນວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກຮັບຮູ້, ເຊື່ອມຊຶມກຳແໜ້ນແນວທາງນະ
ໂຍບາຍຂອງພັກ, ຂໍ້ກຳນົດກົດລະບຽບຂອງພັກ, ຈັດຕັ້ງເຊື່ອມຊຶມມະຕິ-ຄຳສັ່ງ, ວັນສຳຄັນຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງກົມ
ກອງຖືເອົາ 5 ຫຼັກການ 3 ທິດນຳຂອງພັກ, ແນວທາງທິດສະດີມາກ-ເລນິນ, ມາເປັນບ່ອນອີງ ເພື່ອເປັນມາດຖານເງື່ອນໄຂໃນການສ້າງພັກ,
ສ້າງພະນັກງານ, ສະມາຊິກພັກຕິດພັນກັບຂະບວນການກົມກອງສາມປອດ, ປອດໃສ, ປອດໄພ, ປອດຄະດີ ນອກນັ້ນຍັງໄດ້ສຸມໃສ່ວຽກງານ
4 ປູກ 4 ລ້ຽງ ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນກອງປະຊຸມບັນດາພະນັກງານ-ສະມະຊິກ
ພັກ ໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງທັງສອງພາກຢ່າງມີຈຸດສຸມ, ພອ້ມທັງໃຊ້ສິດຂອງຕົນປ່ອນບັດເອົາຄະນະພັກຊຸດ
ໃໝ່ ເຊິ່ງປະກອບມີ: ສະຫາຍ ພັນໂທ ທອງສີ ສີສະຫວັດ ເປັນເລຂາ, ສະຫາຍ ພັນໂທ ບຸນຊູ ເປັນຮອງເລຂາ, ພັນໂທ ຄຳເຄນ ວິໄລພອນ
ກຳມະການ, ພັນໂທ ສົມເຟຶອງ ວິໄລທອງ ເປັນກຳມະການ, ພັນຕີ ຕຸ້ຍ ພັນມີໄຊ ເປັນກຳມະການ.

     ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ໂອ້ລົມຫຼາຍບັນຫາ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານໄລຍະຜ່ານມາ,
ພ້ອມທັງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈົ່ງພອ້ມກັນຍົກສູງບົດບາດໃນການຊີ້ນຳ-ນຳພາສູງຂຶ້ນກວ່າເກົ່າໃຫ້ຄະນະພັກຮາກຖານ, ຄະນະ
ໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ, ຂໍ້ກຳນົດກົດລະບຽບຂອງພັກ, ສຶກສາອົບຮົມ ໃຫ້ພະນັກ
ງານສະມາຊິກພັກເປັນປະຈຳ ເພື່ອໃຫ້ມີຄວາມສາມັກຄີທັງພາຍໃນ ແລະ ພາຍນອກເຮັດວຽກເປັນໜູ່ເປັນຄະນະ, ແບ່ງບຸກຄົນຮັບຜິດຊອບ
ຄັກແນ່, ດຳເນີນຊີວິດການເມືອງເປັນປະຈຳ, ເສີມຂະຫຍາຍຈຸດດີແກ້ໄຂຈຸດອອ່ນ, ຂໍ້ຄົງຄ້າງ, ຂະຫຍາຍມະຫາຊົນຜູ້ມີຄວາມກ້າວໜ້າເຂົ້າ
ພັກ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຊຸມປີຕໍ່ໜ້າ.

ແຫຼ່ງຂ່າວໂດຍ ສີວິໄຊ ກິແກ້ວມໍລະກົດ
ວັນທີ 04/04/2024